cropped-cropped-Background-scaled-1.jpg
cropped-cropped-4-scaled-1.jpg
cropped-1-scaled-1.jpg
previous arrow
next arrow

ໜ້າຫຼັກ

ຍິນດິີຕ້ອນຮັບເຂົ້າສູ່ ເວບ ຫ້ອງການ ວິຊາການ ມະຫາວິທະຍາໄລແຫ່ງຊາດ

ຫ້ອງການວິຊາການເປັນໜຶ່ງໃນຈຳນວນ 11 ຫ້ອງການທີ່ຂຶ້ນກັບສຳນັກງານອະທິການບໍດີ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານຮອງອະທິການບໍດີຕາມການມອບ ໝາຍຂອງອະທິການບໍດີ, ປະກອບດ້ວຍ 06 ພະແນກຄື:

1. ພະແນກ ທະບຽນນັກສຶກສາ

2. ພະແນກ ພັດທະນາ ແລະ ຄຸ້ມຄອງຫຼັກສູດ

3. ພະແນກ ປະກັນຄຸນະພາບການສຶກສາ ແລະ ປະເມີນຜົນ

4. ພະແນກ ສຶກສາທາງໄກ

5. ພະແນກ ສຶກສາຮຽນຮ່ວມ

6. ພະແນກ ວຸດທິບັດ

ພາລະບົດບາດ

ຫ້ອງການວິຊາການມີພາລະບົດບາດເປັນເສນາທິການໃຫ້ແກ່ທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດກ່ຽວກັບວຽກງານຄົ້ນຄ້ວາ ແລະ ກຳນົດທິດທາງການ ສ້າງນັກວິຊາການໃນແຕ່ລະຂະແໜງການຊີ້ນຳການຄຸ້ມຄອງ, ການຮຽນ-ການສອນ, ກວດກາປະເມີນຜົນການຮຽນ-ການສອນ, ການພັດທະນາຫລັກສູດລະດັບ ຊັ້ນສູງ ແລະ ປະລິນຍາຕີ, ຄົ້ນຄວ້ານຳສະເໜີຂໍ້ກຳນົດ, ກົດລະບຽບຕ່າງໆທາງດ້ານວິຊາການ ແລະ ຂໍອະນຸມັດຈາກຂັ້ນເທິງເພື່ອນຳໃຊ້.